ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ນາງ ສະຫວາຍ​ ມອບ​ເຄື່ອງ​ໃຫ້​ ຫ້ອງ​ເສນາ​ທິ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ

     ທ້າຍ​ເດືອນ​ທັນວາ 2023 ຜ່ານມານີ້, ທ່ານ ນາງ​ ສະຫວາຍ ເພັດ​ສະ​ລາດ ຄອບຄົວ​ຂອງ ສະຫາຍ ພັນ​ເອກ ໄວຍາກອນ ເພັດ​ສະລາດ
ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ນຳເອົາ​ເຄື່ອງ​ກິລາ ຈຳນວນ 20 ຊຸດ ມາ​ມອບ​ໃຫ້​ຫ້ອງ​ເສນາ​ທິ​ການ
ກອງ​ບັນຊາ​ການ​ທະຫານ​ແຂວງ​ ໄຊ​ຍະ​ບູ​ລີ

     ເພື່ອ​ປະກອບສ່ວນ​​ຊຸກຍູ້​ນໍ້າໃຈ​ຂອງ​ນັກ​ກິລາ ​ໃຫ້​ມີ​ຄວາມ​ອົດທົນ​ຫ້າວຫັນ​ທ່າມກາງບັນຍາກາດທີ່ພວມ​ແຂ່ງຂັນ​ກິລາ​ພາຍໃນກອງ​ບັນ
ຊາ​ການ​ທະຫານ​ແຂວງ ​ເພື່ອ​ຂໍ່ານັບ​ຮັບ​ຕ້ອນ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 75 ປີ. ໂດຍ​ການ​ກ່າວ​ຮັບຂອງ ​ສະຫາຍ ພັນ​ໂທ
ເສິກ ໄຊ​ຍະ​ພອນ
ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ ​ໄຊ​ຍະ​ບູ​ລີ ພ້ອມ​ທັງ​ສະແດງ​ຄວາມ​ຂອບໃຈ​ຢ່າງ​ສູງ ມາ
​ຍັງ​ ທ່ານ ນາງ ສະຫວາຍ ເພັດ​ສະ​ລາດ​ ທີ່​ໄດ້​​ປະກອບສ່ວນ​ຊຸກຍູ້​ເຄື່ອງ​ກິລາ​ໃຫ້​ຫ້ອງ​ເສນາ​ທິ​ການ​ໃນ​ຄັ້ງ​ນີ້ ແລະ ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ ຈະ
​ນຳ​ໃຊ້​ເຄື່ອງ​ກິລາ​ຈຳນວນ​ດັ່ງກ່າວ​ໃຫ້​ເກີດປະໂຫຍດ​ສູງ​ສຸດ.

ແຫຼ່ງທີ່ມາ: ສົມ​ຈີນ
ວັນທີ 09/01/2024